ນະໂຍບາຍຄວາມເປັນສ່ວນຕົວ
ອັບເດດຫຼ້າສຸດ: ທັນວາ 2025
ໂດຍການນໍາໃຊ້ເວັບໄຊ ແລະ ບໍລິການຂອງ VIPO Student Job Portal, ທ່ານໄດ້ອະນຸຍາດໃຫ້ເກັບກໍາ, ປະມວນຜົນ ແລະ ນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານຕາມທີ່ໄດ້ກໍານົດໄວ້ໃນນະໂຍບາຍຄວາມເປັນສ່ວນຕົວນີ້. ຫາກທ່ານບໍ່ເຫັນດີກັບຂໍ້ກຳນົດເຫຼົ່ານີ້, ທ່ານບໍ່ຄວນນຳໃຊ້ເວັບໄຊ ຫຼື ບໍລິການ VIPO.
1. ກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວ
ລະບົບເວັບໄຊ VIPO Student Job Portal (https://jobs.vipo.cc) ແມ່ນແພລດຟອມທີ່ອອກແບບມາສະເພາະເພື່ອສະແດງຕຳແໜ່ງງານ, ງານຝຶກງານ (Internship), ວຽກພາດທາມ (Part-time) ແລະ ວຽກຟູທາມ (Full-time) ສຳລັບນັກສຶກສາຈົບໃໝ່ ແລະ ນັກສຶກສາທີ່ຕ້ອງການວຽກເຮັດໃນ ສປປ ລາວ. ລະບົບ VIPO ແມ່ນເປັນເຈົ້າຂອງ, ບໍລິຫານ ແລະ ດູແລໂດຍ ບໍລິສັດ 108-1009 ກຣຸບ ຈຳກັດຜູ້ດຽວ (ເຈົ້າຂອງ 108.jobs), ຕັ້ງຢູ່ ຊັ້ນ 1, ອາຄານ 108Hill, ຖະໜົນ ດົງປ່າແຫຼບ, ບ້ານ ສະພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ.
2. ການສະແດງຂໍ້ມູນ ແລະ ການຕິດຕໍ່ໂດຍກົງຈາກນາຍຈ້າງ
ໂດຍການນຳໃຊ້ ຫຼື ລົງທະບຽນໃນລະບົບນີ້, ທ່ານຮັບຊາບ ແລະ ຍິນຍອມຢ່າງຈະແຈ້ງວ່າ:
- ຂໍ້ມູນໂປຣຟາຍ, ປະຫວັດການສຶກສາ, ປະຫວັດການເຮັດວຽກ ແລະ ໄຟລ໌ຊີວະປະຫວັດ (CV) ຂອງທ່ານ ຈະຖືກສະແດງໃຫ້ກັບບໍລິສັດ/ນາຍຈ້າງທີ່ລົງທະບຽນໃນລະບົບ 108.jobs ແລະ VIPO ເພື່ອປະເມີນຄວາມເໝາະສົມກັບຕຳແໜ່ງງານ.
- ໂດຍການໃຫ້ເບີໂທລະສັບ, ອີເມວ ຫຼື ຂໍ້ມູນຕິດຕໍ່ອື່ນໆ, ທ່ານອະນຸຍາດໃຫ້ນາຍຈ້າງຕິດຕໍ່ຫາທ່ານໂດຍກົງກ່ຽວກັບໂອກາດການຮັບສະໝັກງານ.
3. ຂໍ້ມູນທີ່ພວກເຮົາເກັບກໍາ
ເມື່ອທ່ານລົງທະບຽນ ຫຼື ນໍາໃຊ້ບໍລິການຂອງພວກເຮົາ, ພວກເຮົາເກັບກຳ ແລະ ປະມວນຜົນຂໍ້ມູນດັ່ງນີ້:
- ຂໍ້ມູນສ່ວນຕົວ ແລະ ຂໍ້ມູນການຕິດຕໍ່ ເຊັ່ນ: ຊື່, ນາມສະກຸນ, ເບີໂທລະສັບ, ອີເມວ, ເພດ, ວັນເດືອນປີເກີດ ແລະ ສະຖານທີ່ຢູ່.
- ຂໍ້ມູນໂປຣຟາຍນັກສຶກສາ ເຊັ່ນ: ມະຫາວິທະຍາໄລ, ສາຂາວິຊາ, ປີທີ່ຈົບການສຶກສາ, ທັກສະ, ພາສາ ແລະ ໄຟລ໌ CV ທີ່ທ່ານອັບໂຫຼດ.
- ປະຫວັດການສະໝັກວຽກ ແລະ ບັນທຶກຕຳແໜ່ງງານທີ່ທ່ານສົນໃຈ ຫຼື ກົດສະໝັກຜ່ານເວັບໄຊ.
- ຂໍ້ມູນການເຂົ້າຊົມເວັບໄຊ ເຊັ່ນ: ທີ່ຢູ່ IP, ປະເພດອຸປະກອນ, ລະບົບປະຕິບັດການ, ບຣາວເຊີ ແລະ ຂໍ້ມູນການນຳໃຊ້ເວັບໄຊ (Cookies) ເພື່ອປັບປຸງປະສົບການການຊົມເວັບໄຊ.
4. ຄຳເຕືອນທີ່ສຳຄັນ: ກ່ຽວກັບເອກະສານທີ່ລະອຽດອ່ອນ
ພວກເຮົາບໍ່ແນະນຳ (ແລະ ບໍ່ມີການຮຽກຮ້ອງ) ໃຫ້ທ່ານອັບໂຫຼດເອກະສານທີ່ລະອຽດອ່ອນ ເຊັ່ນ: ສຳເນົາບັດປະຈຳຕົວ, ສຳເນົາໜັງສືຜ່ານແດນ (Passport), ປຶ້ມສຳມະໂນຄົວ, ຂໍ້ມູນບັນຊີທະນາຄານ ຫຼື ຂໍ້ມູນສຸຂະພາບ ເຂົ້າໃນໂປຣຟາຍ ຫຼື CV ສາທາລະນະ. ຫາກທ່ານເລືອກທີ່ຈະແນບເອກະສານເຫຼົ່ານັ້ນ, ຖືວ່າທ່ານຍິນຍອມໃຫ້ປະມວນຜົນ ແລະ ທາງ VIPO / 108.jobs ຈະບໍ່ມີສ່ວນຮັບຜິດຊອບໃດໆ ຕໍ່ກັບຄວາມເສຍຫາຍ ຫຼື ການນຳໃຊ້ເອກະສານດັ່ງກ່າວໂດຍນາຍຈ້າງ ຫຼື ບຸກຄົນທີສາມ.
5. ການເປີດເຜີຍຂໍ້ມູນແກ່ບຸກຄົນທີສາມ
ພວກເຮົາຈະເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃຫ້ແກ່ນາຍຈ້າງທີ່ລົງທະບຽນ ເມື່ອທ່ານສະໝັກວຽກ ຫຼື ເປີດເຜີຍ CV. ນອກຈາກນັ້ນ, ພວກເຮົາອາດຈະແບ່ງປັນຂໍ້ມູນຂອງທ່ານກັບບໍລິສັດໃນເຄືອຂອງ ບໍລິສັດ 108-1009 ກຣຸບ ຈຳກັດຜູ້ດຽວ ເພື່ອປັບປຸງລະບົບ, ຫຼື ພາຍໃຕ້ຂໍ້ຜູກພັນທາງກົດໝາຍທີ່ຫຼີກລ່ຽງບໍ່ໄດ້.
6. ຄວາມປອດໄພ ແລະ ການຄວບຄຸມຂໍ້ມູນຂອງທ່ານ
ທ່ານມີໜ້າທີ່ຮັກສາລະຫັດຜ່ານເຂົ້າໃຊ້ງານບັນຊີຂອງທ່ານໃຫ້ເປັນຄວາມລັບ. ທ່ານສາມາດເຂົ້າໄປແກ້ໄຂ, ປັບປຸງ ຫຼື ລຶບຂໍ້ມູນສ່ວນຕົວ ແລະ ໄຟລ໌ຊີວະປະຫວັດ (CV) ຂອງທ່ານອອກຈາກລະບົບໄດ້ຕະຫຼອດເວລາຜ່ານໜ້າການຕັ້ງຄ່າໂປຣຟາຍ. ຫາກທ່ານຕ້ອງການຂໍລຶບບັນຊີແບບຖາວອນ, ກະລຸນາຕິດຕໍ່ທີມງານຂອງພວກເຮົາໄດ້ທີ່ support@108.jobs.