ລາຍລະອຽດວຽກ

ຮູບພາບ

ຕໍາແໜ່ງງານ
ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ (Internship)
Swisscontact
ລາຍລະອຽດ
ສະວິດຄອນແທັກ ແມ່ນອົງການທີ່ເອກະລາດທາງດ້ານທຸລະກິດທີ່ເຮັດວຽກສໍາລັບການຮ່ວມມືພັດທະນາສາກົນ. ມີຕົວແທນຢູ່ໃນ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ, ມີການສົ່ງເສີມນັບຕັ້ງແຕ່ 1959 ທາງດ້ານການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. - ເປີດຮັບສະໝັກ: ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ (Internship) ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບອົງການຈັດຕັ້ງສາກົນ. ການເລີ່ມເຮັດວຽກ: ທັນທີ. ໄລຍະເວລາຂອງສັນຍາ: 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ. ສະຖານທີ່ເຮັດວຽກ: ຫ້ອງການອົງການສະວິດຄອນແທັກ ປະຈໍາ ສປປ ລາວ, ນະຄອນຫຼວງວຽງຈັນ ສະຫວັດດີການ: ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 5,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນ ໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ. ໜ້າວຽກລວມ ອາສາສະໝັກຊ່ວຍວຽກບໍລິຫານ-ຫ້ອງການ ແມ່ນເປັນພະນັກງານຂອງພະແນກ ບໍລິຫານ-ຫ້ອງການ ແລະ ບຸກຄະລາກອນ, ອາສາສະໝັກຊ່ວຍວຽກບໍລິຫານ-ຫ້ອງການແມ່ນ ຈະໄດ້ເຮັດວຽກ ແລະ ປະສານງານໂດຍກົງກັບ ພະນັກງານອາວຸໂສ ບໍລິຫານ-ຫ້ອງການ ໃນການສະໜັບ ສະໝູນວຽກງານ ບໍລິຫານ ແລະ ຫ້ອງການ, ເປັນພະນັກງານຕ້ອນຮັບ ແລະ ໃຫ້ການສະໝັບສະໝູນດ້ານວິຊາການຕາມຄວາມຕ້ອງການຂອງຫ້ອງການນະຄອນຫຼວງວຽງຈັນ. ໜ້າວຽກ ແລະ ຄວາມຮັບຜິດຊອບ ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຈາກພະນັກງານອາວຸໂສ ບໍລິຫານ-ຫ້ອງການ. ຊ່ວຍໃນການປັບປຸງ ແລະ ຈັດລະບຽບການຈັດເກັບບົດບັນທຶກໂຄງການ ແລະເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້ງ່າຍ. ສະຫນັບສະຫນູນການບໍລິຫານ-ຫ້ອງການເຊັນ: ປຣີ້ນເອກະສານ, ກອບປີ້ເອກະສານ ແລະ ສະແກນເອກະສານ. ຊ່ວຍກະກຽມກອງປະຊຸມຂອງໂຄງການ, ປະສານງານດ້ານສະຖານທີ່ການຝຶກອົບຮົມ ແລະ ກອງປະຊຸມໂດຍການຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ກະກຽມອຸປະກອນຕ່າງໆ. ຊ່ວຍສະໝັບສະໝູນ ແລະ ຈັດການບໍລິຫານການເດີນທາງໃນງານຕ່າງໆໃຫ້ແກ່ທີມງານເຊັ່ນ: ຈອງທີ່ພັກ, ປີ້ຍົນ, ປີ້ລົດໄຟ ແລະ ລົດເຊົ່າ. ສະໜັບສະໜູນວຽກງານການຈັດຊື້ໂດຍການຂໍໃບສະເໜີລາຄານຳບັນດາຜູ້ສະໜອງ, ຮ້ານຄ້າ ແລະ ປະສານງານຂະບວນການຈັດຊື້ຕາມການຊີ້ນຳຈາກພະນັກງານອາວຸໂສ ບໍລິຫານ-ຫ້ອງການ. ປະສານງານກັບທີມງານບໍລິຫານຂອງ ອົງການສະວິດຄອນແທັກ ປະຈໍານະຄອນຫຼວງວຽງຈັນ ແລະ ຂັ້ນແຂວງ. ປະສານງານກັບທີມງານບໍລິຫານຂອງອົງການສະວິດຄອນແທັກ ປະຈຳຫ້ອງການນະຄອນຫຼວງວຽງຈັນ ແລະ ຫ້ອງການພາກສະໜາມ. ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາ ແລະ ມອບໝາຍຈາກຫົວໜ້າສາຍງານ. ຄຸນສົມບັດ, ປະສົບການ ແລະ ຄວາມສາມາດ ນັກສືກສາຈົບໃໝ່ ຫລື ຜູ້ທີ່ຕ້ອງການຮຽນຮູ້ ແລະ ກຳລັງຊອກຫາປະສົບການເຮັດວຽກ. ລະດັບການສືກສາຈົບຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງ... ສາມາດສື່ສານພາສາອັງກິດໄດ້ ໃນລະດັບພື້ນຖານ. ມີຄວາມຮູ້ພື່ນຖານທາງດ້ານ ການນຳໃຊ້ຄອມພິວເຕີ ແລະ ອຸປະກອນການສື່ສານ. ມີຄວາມພ້ອມທີ່ຈະສະຫນັບສະຫນູນຕາມການຮ້ອງຂໍຂອງໂຄງການ ແລະ ມັກໃນການຮຽນຮູ້. ການຮັບສະໝັກ ສົ່ງ CV ແລະ Cover letter ມາທີ່ອີເມວ recruitment.laos@swisscontact.org ກະລຸນາຂຽນ ຫົວຂໍ້ສະໝັກວ່າ: ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ (Internship) ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັ້ນ! ວັນປິດຮັບສະໝັກແມ່ນ ວັນທີ 24 ກໍລະກົດ 2026 ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ