ລາຍລະອຽດວຽກ
I. ຕໍາແຫນ່ງ: ພະນັກງານບັນຊີລາຍຮັບ
II. ລາຍງານເຖີງ: ຫົວໜ້າໜ່ວຍງານບັນຊີລາຍຮັບ
III. ຫນ້າທີ່ວຽກແລະ ຄວາມຮັບຜິດຊອບ:
ພະນັກງານການເງິນ ຄຸ້ມຄອງໜີ້ຕ້ອງຮັບມີໜ້າທີ່ ຕິດຕາມໜີ້ຕ້ອງຮັບ ແລະ ດຳເນີນການທວງໜີ້ ກັບລູກຄ້າ ດ້ວຍການປະສານງານ ແລະຮ່ວມມືກັບ ຝ່າຍການຕະຫຼາດ ແລະ ຝ່າຍທີ່ກ່ຽວຂ້ອງ. ຕຳແໜ່ງນີ້ ຕ້ອງການຜູ້ທີ່ມີຄວາມລະອຽດ, ມີຄວາມສາມາດດ້ານການສື່ສານດີ ແລະຫ້າວຫັນໃນການແກ້ໄຂບັນຫາໜີ້ຄ້າງຈ່າຍຂອງລູກຄ້າ.
ໜ້າທີຮັບຜິດຊອບຕົ້ນຕໍ:
1. ການຄຸ້ມຄອງໜີ້ຕ້ອງຮັບ
· ການຕິດຕາມລູກຄ້າທີ່ຍັງບໍ່ທັນໄດ້ຊະລະເງິນຕົງເວລາແຈ້ງເຕືອນລູກຄ້າກ່ຽວກັບຍອດຊຳລະ ເພື່ອຮັກສາລູກຄ້າໄຫ້ເປັນບ້ານສີຂຽວຢູ່ສະເຫມີ.
· ຊ່ວຍເຫຼືອ ແລະໃຫ້ຄຳແນະນຳລູກຄ້າໃນການແກ້ໃຂບັນຫາຕ່າງໆກ່ຽວກັບການຊຳລະເງີນ.
· ຮັບຄຳຮ້ອງຮຽນຈາກລູກຄ້າແລະ ສົ່ງຕໍ່ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນການແກ້ໄຂຕໍ່ໄປ.
· ສະຫຼຸບຄຳຮ້ອງຮຽນແລະເຮັດລາຍງານເປັນປະຈຳວັນເພື່ອສົ່ງຕໍ່ໃຫ້ກັບພາກສ່ວນທີ່ກ່ຽວຂ້ອງດຳເນີນການແກ້ໄຂຕໍ່ໄປ.
ຄຸນວຸດທິ ແລະ ທັກສະ:
· ຈົບຊັ້ນສູງ ຫຼືປະລິນຍາຕີ ດ້ານ ບັນຊີ, ການເງິນ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ
· ມີຄວາມສາມາດໃນການສື່ສານ ໃນລະດັບດີ
· ສາມາດ ປັບຕົວ ກັບສະພາບແວດລ້ອມການເຮັດວຽກທີ່ມີການປ່ຽນແປງໄວ
· ສາມາດນຳໃຊ້ໂປຣແກມ Microsoft Excel ແລະ Word
· ເປັນຄົນມີວິໄນແລະ ມີຄວາມອົດທົນ ໃນການເຮັດທີ່ມີຄວາມກົດດັນ.
· ມີທັກສະໃນການແກ້ໄຂບັນຫາແລະ ການແກ້ໄຂບັນຫາກັບລູກຄ້າ ຢ່າງເປັນມືອາຊີບ.