ກັບໄປໜ້າຫຼັກ

ພະນັກງານ - ເສີບ / Waiter / Waitress

  • 5,000,000
  • 0’Lieng Cafe ຮ້ານກາເຟໂອລ້ຽງ
  • ເມືອງ ໄຊເສດຖາ
  • 07:00 AM - 05:00 PM10:00 AM - 03:00 PM
ສະໝັກວຽກນີ້

ພວກເຮົາກໍາລັງຊອກຫາພະນັກງານເສີບທີ່ມີໃຈຮັກໃນການບໍລິການ! ຖ້າທ່ານເປັນຄົນຍິ້ມງ່າຍ, ມີມະນຸດສຳພັນດີ ແລະ ພ້ອມທີ່ຈະເປັນສ່ວນໜຶ່ງຂອງທີມງານທີ່ເຕັມໄປດ້ວຍພະລັງງານ, ມາຮ່ວມງານກັບພວກເຮົາໄດ້ເລີຍ.


ຕໍາແຫນ່ງຕ້ອງການ:

ພະນັກງານເສີບຍິງ 2 ຕໍາແຫນ່ງ full time or part time.

Full time ເງິນເດືອນເລີ່ມຕົ້ນ 5,000,000 ກີບ.

Part time ເງິນເດືອນເລີ່ມຕົ້ນ 3,000,000  ກີບ.


 ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ຕ້ອນຮັບລູກຄ້າດ້ວຍຮອຍຍິ້ມ ແລະ ຄວາມສຸພາບ.

  • ຮັບອໍເດີອາຫານ, ເຄື່ອງດື່ມ ແລະ ສົ່ງຕໍ່ໃຫ້ພະແນກທີ່ກ່ຽວຂ້ອງ.

  • ເສີບອາຫານ ແລະ ເຄື່ອງດື່ມໃຫ້ລູກຄ້າຢ່າງຖືກຕ້ອງ ແລະ ວ່ອງໄວ.

  • ເບິ່ງແຍງຄວາມສະອາດຂອງໂຕະອາຫານ, ພາຍໃນຮ້ານ ແລະ ຈັດກຽມໂຕະໃຫ້ພ້ອມສະເໝີ.

  • ກະກຽມອຸປະກອນຕ່າງໆ ເພື່ອໃຫ້ພ້ອມສຳລັບການບໍລິການ.


ຄຸນສົມບັດຂອງຜູ້ສະໝັກ

  • ມີຄວາມຄ່ອງຕົວ ແລະ ມະນຸດສຳພັນດີ.

  • ສາມາດເຮັດວຽກເປັນທີມ ແລະ ອົດທົນຕໍ່ສະພາບແວດລ້ອມທີ່ມີແຮງກົດດັນໄດ້ດີ.

  • ມີຄວາມຮັບຜິດຊອບ, ກົງຕໍ່ເວລາ ແລະ ຊື່ສັດ.

  • ບໍ່ຈໍາເປັນຕ້ອງມີປະສົບການ (ແຕ່ຖ້າມີຈະພິຈາລະນາເປັນພິເສດ).

  • ອາຍຸ 18-30 ປີ.


ສະຖານທີ່ເຮັດວຽກ

ບ້ານໂພໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ