ພະນັກງານຕ້ອນຮັບ
- ₭4,500,000
- Hung Huang Lao Logistics Sole Co., Ltd
- ເມືອງ ສີໂຄດຕະບອງ


📌ບໍລິສັດ ຮຸ່ງເຮືອງ ລາວ ໂລເຈັສຕິກ ຈຳກັດຜູ້ດຽວ
Hung Huang Lao Logistics Sole Co., Ltd (HHL)
ເນື່ອງຈາກສາຍການບິນ ແລະ ຖ້ຽວບິນທີ່ເພີ່ມຂຶ້ນໃນປະເທດລາວປະຈຸບັນ, HHL ຂອງພວກເຮົາຕ້ອງການທີມງານທີ່ຮັກຄວາມກ້າວໜ້າ ແລະ ພ້ອມທີ່ຈະພັດທະນາໄປພ້ອມກັບພວກເຮົາ, ເຊິ່ງພວກເຮົາຕ້ອງການຮັບສະໝັກ ພະນັກງານຕ້ອນຮັບ 2 ຕຳແໜ່ງ, ດັ່ງລາຍລະອຽດ ດັ່ງລຸ່ມນີ້:
✅ ຄຸນສົມບັດຂອງພະນັກງານຕ້ອນຮັບ:
- ເພດ: ຍິງ, ອາຍຸ: 22-30ປີ
- ຈົບຊັ້ນສູງ ຫຼື ປະລິນຍາຕີຂຶ້ນໄປ ສາຂາບໍລິຫານທຸລະກິດ, ພາສາອັງກິດ ຫຼື ສາຂາອື່ນໆທີກ່ຽວຂ້ອງ
- ສາມາດນຳໃຊ້ຄອມພິວເຕີ້ Microsoft Word, Excel, Powerpoint ໃນລະດັບດີ
- ສາມາດສື່ສານພາສາອັງກິດຂັ້ນພື້ນຖານ ຫຼື ດີ (ຖ້າໄດ້ພາສາທີ່3 ຈະພິຈາລະນະເປັນພິເສດ)
- ມີຄວາມຮັບຜິດຊອບໃນຫນ້າວຽກ, ມີມະນຸດສຳພັນທີ່ດີ, ຫ້າວຫັນ, ມີຄວາມກະຕືລືລົ້ນ ໃນການເຮັດວຽກງານ ແລະ ເຮັດວຽກເປັນທີມງານໄດ້
- ສາມາດເຮັດວຽກລ່ວງເວລາໄດ້, ໃນກໍລະນີເລັ່ງດ່ວນ
- ມີຄວາມອົດທົນ, ຊື່ສັດ ແລະ ຮັກຄວາມກ້າວໜ້າໃນການພັດທະນາວຽກງານ
- ສາມາດນໍາໃຊ້ເຄື່ອງໃຊ້ຫ້ອງການເຊັ່ນ ຈັກກ໋ອບປີ້ເອກະສານ ແລະ ອື່ນໆ
Email: hr@hhl.com.la; marketing@hhl.com.la
ເບີໂທລະສັບ: 021 520 470
ເບີໂທ/Whatsapp: +856 20 5566 8835; +856 20 9993 8711
Facebook: HHL - Hung Huang Lao Logistics Sole Co., Ltd
Location: ສາງສິນຄ້າລະຫວ່າງປະເທດ HHL, ສະໜາມບິນສາກົນວັດໄຕ, ບ້ານເມືອງວາທ່າ, ນະຄອນຫຼວງວຽງຈັນ