ພະນັກງານ - ຊ່ວຍຄົວ / Kitchen Assistant
- ₭4,000,000
- ຮ້ານອາຫານ ລາວຄຳ
- ເມືອງ ຈັນທະບູລີ

ພວກເຮົາກຳລັງຊອກຫາຄົນທີ່ມີຄວາມກະຕືລືລົ້ນ ແລະ ມັກວຽກໃນຄົວ ເພື່ອຮ່ວມທີມກັບພວກເຮົາ! ຖ້າເຈົ້າເປັນຄົນທີ່ຢາກຮຽນຮູ້ວຽກໃນຄົວ, ມີຄວາມຮັບຜິດຊອບ ແລະ ພ້ອມທີ່ຈະເປັນສ່ວນໜຶ່ງຂອງທີມທີ່ເຂັ້ມແຂງ, ມາສະໝັກນຳພວກເຮົາໄດ້ເລີຍ.
ໜ້າທີ່ ແລະ ຄວາມຮັບຜິດຊອບ
ຊ່ວຍນກະກຽມວັດຖຸດິບ ແລະ ອາຫານຕ່າງໆ.
ລ້າງອຸປະກອນ, ເຄື່ອງຄົວ, ແລະ ຮັກສາຄວາມສະອາດຂອງຫ້ອງຄົວ.
ຈັດການ ແລະ ຈັດຮຽງເຄື່ອງໃຊ້, ວັດຖຸດິບຕ່າງໆໃນສາງໃຫ້ເປັນລະບຽບ.
ປະຕິບັດວຽກອື່ນໆທີ່ໄດ້ຮັບມອບໝາຍຈາກຫົວໜ້າຄົວ.
ຄຸນສົມບັດຂອງຜູ້ສະໝັກ
ມີສຸຂະພາບແຂງແຮງດີ ແລະ ສາມາດເຮັດວຽກໄດ້ຢ່າງວ່ອງໄວ.
ມີຄວາມຮັບຜິດຊອບ, ກົງຕໍ່ເວລາ ແລະ ເຄົາລົບວິໄນ.
ມີຄວາມຕັ້ງໃຈຮຽນຮູ້ ແລະ ສາມາດເຮັດວຽກເປັນທີມໄດ້ດີ.
ບໍ່ຈຳເປັນຕ້ອງມີປະສົບການ (ແຕ່ຖ້າມີຈະພິຈາລະນາເປັນພິເສດ).
ສະຖານທີ່ເຮັດວຽກ
ບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ