ພະນັກງານປະຈຳຮ້ານ
- ₭0
- OHNO ຮ້ານ ໂອໂນ້
- ເມືອງ ຈັນທະບູລີ, ເມືອງ ໄຊທານີ


ຮັບພະນັກງານຮ້ານເສື້ອຜ້າຊາຍໂອໂນ້ 3 ຕຳແໜ່ງ
* ສາຂາ ສີສະຫວາດ 2 ຕໍາແຫນ່ງ | ແຜນທີ່: bit.ly/mapmono
* ສາຂາ ດົງໂດກ 1 ຕຳແໜ່ງ | ແຜນທີ່: bit.ly/mapondd
* ເຮັດວຽກ 5 ມື້/ທິດ 10:00-20:00 (ພັກ 2 ມື້)
‣ ເງິນເດືອນສູງ 6,500-7,500 ບາດ (ຂຶ້ນກັບຄວາມສາມາດ)
‣ ສະຫວັດດີການດີ
‣ ສະພາບແວດລ້ອມເພື່ອນຮ່ວມງານເປັນມິດ, ສອນວຽກໃຫ້
⦿ ໜ້າທີ່:
- ເຮັດຮູບໂຄສະນາສິນຄ້າ (ໃຊ້ໂປຣແກມ illustrator ມີຄົນສອນໃຫ້)
- ແຄັດເຊັຍ, ຈັດເຄື່ອງໃນຮ້ານ
- ບໍລິການລູກຄ້າພາຍໃນຮ້ານ
- ເຊັກເຄື່ອງເຂົ້າ, ສັ່ງເຄື່ອງເພີ່ມ
- ຕອບຂໍ້ຄວາມລູກຄ້າ
- ວຽກອື່ນໆ ພາຍໃນຮ້ານ ຕາມທີ່ມີ
⦿ ຄຸນນະສົມບັດຜູ້ສະໝັກ:
- ອາຍຸ 19-30 ປີ, ຈົບມໍ 7 ຂຶ້ນໄປ
- ຕ້ອງການຄົນເຮັດວຽກລະອຽດ
- ມີພື້ນຖານໃຊ້ຄອມພິວເຕີ້ຢ່າງຄ່ອງແຄ້ວ
- ຄິດໄລ່ເລກພື້ນຖານໄດ້ ແລະ ພິມ-ອ່ານຄາຣາໂອເກະໄດ້
- ດຸຫມັ່ນຂະຫຍັນ, ມີຄວາມຮັບຜິດຊອບ, ຕົງຕໍ່ເວລາ
- ມັກຮຽນຮູ້ສິ່ງໃໝ່ໆ ແລະ ພັດທະນາໂຕເອງ
- ອັດທະຍາໄສດີ ເຂົ້າກັບທີມໄດ້ດີ
⦿ ລາຍລະອຽດຜົນຕອບແທນ ແລະ ສະຫວັດດີການ:
- ເງິນເດືອນເລີ່ມຕົ້ນ 6,500-7,500 ບາດ (ຂຶ້ນກັບຄວາມສາມາດ ມີການປັບຂຶ້ນອີງຕາມຜົນງານເຮັດວຽກ)
- ຈ່າຍເງິນເດືອນເປັນເງິນບາດ
- ຄ່າແຮງຄິດໄລ່ຕາມຊົ່ວໂມງເຮັດວຽກໂຕຈິງ, ຖ້າເຮັດເກີນໄລ່ໃຫ້ເພີ່ມ
- ມື້ພັກລາກິດ-ພັກປະຈຳປີ 24 ມື້/ປີ ແລະ ມື້ພັກບໍ່ສະບາຍ 30 ມື້/ປີ
- ໂບນັດເງິນເດືອນ 13 ແລະ ໂບນັດປີໃໝ່ສາກົນ-ປີໃຫມ່ລາວ
- ປະກັນສຸຂະພາບ ແລະ ປົວແຂ້ວ
- ຊ່ວຍຈ່າຍຄ່າຮຽນອະນຸບານລູກ ສູງສຸດ 3 ຄົນ
- ເງິນຕັດແວ່ນຕາ ສາຍຕາສັ້ນ
- ຫລິ້ນຟິດເນັດ FitStation ຟຣີ
⦿ ຂັ້ນຕອນການສະໝັກວຽກ:
1. ເຂົ້າມາຂຽນໃບສະໝັກທີ່ຮ້ານໂອໂນ້ ສາຂາສີສະຫວາດ, ແຜນທີ່ bit.ly/mapmono
2. ກອກຟອມໃຫ້ລະອຽດ ແລະ ຄົບຖ້ວນ ແນບຮູບ 3x4cm ເຂົ້າມາຂຽນ ຫລື ຍື່ນໃບສະໝັກກ່ອນວັນທີ 25/12/2025
3. ທາງຮ້ານເຮົາຈະຕິດຕໍ່ກັບເພື່ອສໍາພາດຕື່ມ.
▸ ສອບຖາມເພີ່ມເຕີມ: wa.me/8562057889828
▸ ໂທ: 020 5788 9828