ພະນັກງານເສີບ
- ₭2,500,000
- BaanMaii Café
- ເມືອງ ຈັນທະບູລີ

ໜ້າທີ່ຮັບຜິດຊອບ:
- ຕ້ອນຮັບລູກຄ້າດ້ວຍຄວາມສຸພາບ ແລະ ໃຫ້ບໍລິການດ້ວຍຮອຍຍິ້ມ
- ຮັບອໍເດີ້ຈາກລູກຄ້າ ແລະ ສົ່ງຕໍ່ໃຫ້ຫ້ອງຄົວ ຫຼື ບາເຄື່ອງດື່ມ
- ເສີບອາຫານ ແລະ ເຄື່ອງດື່ມໃຫ້ກັບລູກຄ້າ
- ເບິ່ງແຍງຄວາມສະອາດຂອງໂຕະອາຫານ ແລະ ພາຍໃນຮ້ານ
- ກະກຽມຈານ ແລະ ອຸປະກອນພ້ອມຈັດໂຕະໃຫມ່ໃຫ້ພ້ອມສຳລັບລູກຄ້າຖັດໄປ
ຄຸນສົມບັດ:
- ມີຄວາມຄ່ອງຕົວ ແລະ ມາລະຍາດດີ.
- ສາມາດເຮັດວຽກເປັນທີມ ແລະ ມີຄວາມອົດທົນກັບແຮງກົດດັນ.
- ບໍ່ມີປະສົບການກໍສາມາດສະໝັກໄດ້ (ແຕ່ຖ້າມີປະສົບການຈະໄດ້ຮັບການພິຈາລະນາເປັນພິເສດ)
ສະຫວັດດີການ:
- ມີເງິນກິນເຂົ້າມື້ລະ 30,000 ກີບ
- ສ່ວນຫຼຸດເມື່ອກິນອາຫານຢູ່ຮ້ານ 30%
- ພັກຕາມເທດສະການຕ່າງໆ
- ມີພັກປະຈຳປີ(ຖ້າເຮັດວຽກຄົບຕາມໄລ່ຍະສັນຍາ)
