ໜ້າທີ່ຮັບຜິດຊອບ
- ບໍລິຫານຈັດການ ແລະ ສົ່ງເສີມສາຍສຳພັນກັບຮ້ານຄ້າ/ຮ້ານອາຫານພ້ອມທັງເປັນເຈົ້າການໃນການຊອກຫາໂອກາດໃນການຂະຫຍາຍທຸລະກິດ
- ບັນລຸເປົ້າໝາຍ (KPIs) ປະຈຳອາທິດແລະປະຈຳເດືອນ
- ຮັກສາ ແລະ ສ້າງລາຍຮັບ ແລະ ກຳໄລຂອງຮ້ານອາຫານ
- ເຮັດໃຫ້ຮ້ານຄ້າມີຄວາມໂດດເດັ່ນໂດຍນຳໃຊ້ແນວຄິດການຕະຫຼາດທີ່ສ້າງສັນ
- ເຈລະຈາຂໍ້ສະເໜີທາງດ້ານການຄ້າເພື່ອໃຫ້ໄດ້ມາເຊິ່ງຜົນປະໂຫຍດສູງສຸດຂອງ foodpanda, ຮ້ານອາຫານ ແລະ ຜູ້ບໍລິໂພກ
- ປະສານກັບພະແນກທີ່ກ່ຽວຂ້ອງພາຍໃນບໍລິສັດເພື່ອໝັ້ນໃຈວ່າທຸກໆ ວຽກແມ່ນຖືກແກ້ໄຂຖືກຕ້ອງຕາມມາດຕະຖານ
- ວຽກງານອື່ນໆ ທີ່ຖືກມອບໝາຍໃຫ້ໂດຍຫົວໜ້າສາຍງານ
ເງື່ອນໄຂທີ່ບໍລິສັດຕ້ອງການ
● ຍິນດີຕ້ອນຮັບນັກສຶກສາຈົບໃໝ່ ສາຂາການຕະຫຼາດ, ບໍລິຫານທຸລະກິດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.
● ມີປະສົບການ ດ້ານການຂາຍ, ການບໍລິການ, ຫຼື ການພົວພັນກັບຮ້ານອາຫານມາກ່ອນ ຈະພິຈາລະນາເປັນພິເສດ.
● ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້ດີ, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite.
● ສາມາດນຳໃຊ້ພາສາອັງກິດຂັ້ນພື້ນຖານໄດ້.
● ອັດທະຍາໄສດີ, ເປັນເຈົ້າໃນໜ້າວຽກຕົນເອງ, ມີຄວາມຮັບຜິດຊອບສູງ ແລະ ເປີດໃຈທີ່ຈະຮັບມືກັບຄວາມທ້າທາຍຕ່າງໆ.
● ເປັນຄົນທັນສະໄໝ, ສາມາດນໍາໃຊ້ສື່ອອນລາຍຕ່າງໆ ແລະ ມີການປັບໂຕ ຫຼື ຮຽນຮູ້ໄດ້ໄວ.
● ມີຄວາມຄິດສ້າງສັນໃນວິທີການ ຫຼື ກົນລະຍຸດການເພື່ອປັບປຸງການດຳເນີນງານຂອງຮ້ານ.