ວຽກທີ່ກຳລັງປະກາດ

Food Panda ຕ້ອງການພະນັກງານຝຶກງານ (ປະຈຳ ແຂວງ ຫຼວງພະບາງ)

Date - JobBoardly X Webflow Template
Posted on:
 
April 22, 2024

Job description

ຕຳແໜ່ງ Intern, Virtual Key Account Management

Responsibilities

ໜ້າທີ່ຮັບຜິດຊອບ

● ສ້າງຄວາມເຊື່ອໝັ້ນ ແລະ ສ້າງສາຍສຳພັນທີ່ດີຕໍ່ຄູ່ຮ່ວມທຸລະກິດ;

● ຕິດຕາມ, ໃຫ້ຄຳແນະນຳໃນການບໍລິຫານຈັດການ, ປັບປຸງ, ຊ່ວຍແກ້ໄຂບັນຫາ ແລະ ນຳສະເໜີເຄື່ອງມືທາງການຕະຫຼາດຕ່າງໆ ທີ່ຈະເປັນການຊ່ວຍເພີ່ມຍອດຂາຍໃຫ້ຮ້ານ;

● ຕິດຕາມ ແລະ ໃຫ້ຄຳແນະນຳຮ້ານ ເພື່ອເຮັດໃຫ້ຮ້ານທີ່ຕົນເອງດູແລ ກາຍເປັນຮ້ານທີ່ມີຄຸນະພາບ (Healthy Vendor);●        ຕິດຕາມ ແລະ ແກ້ໄຂຮ້ານທີ່ບໍ່ມີຄຸນະພາບໃນລະບົບ (zombie vendor);

●  ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າສາຍງານ.

Job requirements

ເງື່ອນໄຂ ທີ່ຕ້ອງການ

●        ຍິນດີຕ້ອນຮັບນັກສຶກສາຈົບໃໝ່ ສາຂາການຕະຫຼາດ, ບໍລິຫານທຸລະກິດ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ.

●        ມີປະສົບການ ດ້ານການຂາຍ, ການບໍລິການ, ຫຼື ການພົວພັນກັບຮ້ານອາຫານມາກ່ອນ ຈະພິຈາລະນາເປັນພິເສດ.

●        ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້ດີ, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite.

●        ສາມາດນຳໃຊ້ພາສາອັງກິດຂັ້ນພື້ນຖານໄດ້.

●        ອັດທະຍາໄສດີ, ເປັນເຈົ້າໃນໜ້າວຽກຕົນເອງ, ມີຄວາມຮັບຜິດຊອບສູງ ແລະ ເປີດໃຈທີ່ຈະຮັບມືກັບຄວາມທ້າທາຍຕ່າງໆ.

●        ເປັນຄົນທັນສະໄໝ, ສາມາດນໍາໃຊ້ສື່ອອນລາຍຕ່າງໆ ແລະ ມີການປັບໂຕ ຫຼື ຮຽນຮູ້ໄດ້ໄວ.

●        ມີຄວາມຄິດສ້າງສັນໃນວິທີການ ຫຼື ກົນລະຍຸດການເພື່ອປັບປຸງການດຳເນີນງານຂອງຮ້ານ.

ສົນໃຈສະໝັກກົດບ່ອນນີ້ເລີຍ!!

ວຽກອື່ນໆທີ່ກຳລັງປະກາດ

ເບິ່ງວຽກທັງໝົດ