ເທັກນິກ
November 21, 2023

ຕ້ອງເປັນຄົນແນວໃດ ໃຫ້ຄົນທີ່ຮ່ວມງານນຳ "ຮັກເຮົາ"

“ຮັກເຮົາ ຫຼົງເຮົາ ແນະນຳເຮົາ ບອກສອນເຮົາ” ບໍ່ແມ່ນຄາຖາ ແຕ່ເປັນສິ່ງທີ່ຖ້າເຮົາເຮັດໄດ້ຈະເຮັດໃຫ້ຊີວິດການເຮັດວຽກໄປໃນທາງບວກຫຼາຍຂຶ້ນ

Include a personal profile or introduction statement at the top of your resume

Fermentum quis tincidunt nunc dui egestas. Vel fringilla odio amet sed dignissim purus id aliquam commodo egestas parturient viverra tincidunt viverra condimentum adipiscing consectetur placerat odio justo neque neque. Tristique adipiscing purus platea quis blandit sollicitudin tortor magna vulputate condimentum nullam lorem pharetra lorem et urna.

  • Erat scelerisque eu dui diam varius in proin sit elementum amet vitae et.
  • Enim elementum bibendum habitasse mauris at amet aliquet morbi risus.
  • Ipsum ultrices sit massa amet nulla lobortis justo pharetra metus mattis felis.
  • Tempor sollicitudin et maecenas aliquam turpis suspendisse non eget.

Add an infographic element that displays your best traits and accomplishments

Fermentum quis tincidunt nunc dui egestas. Vel fringilla odio amet sed dignissim purus id aliquam commodo egestas parturient viverra tincidunt viverra condimentum adipiscing consectetur placerat odio justo neque neque. Tristique adipiscing purus platea quis blandit sollicitudin tortor magna vulputate condimentum nullam lorem.

Add Infographic - Jobboardly X Webflow Template
Erat scelerisque eu dui diam varius in proin sit elementum amet vitae et.

Use headings and subheadings throughout your resume to highlight key sections and make the information easier to read

At montes at ut arcu ut faucibus tempor pretium. In lobortis id nisi cursus massa vel volutpat mauris. Turpis vitae mi nibh gravida id adipiscing. Convallis turpis pellentesque bibendum velit facilisi. Quam vitae lacus nullam lorem adipiscing suspendisse quis tortor aenean. Massa ipsum accumsan arcu.

  1. Feugiat in feugiat egestas scelerisque eget phasellus ipsum imperdiet.
  2. Convallis nulla id quis suspendisse enim molestie sed feugiat neque egestas.
  3. Natoque in massa mi quis. Mi amet sed curabitur in urna venenatis sem.
  4. Id viverra sed pellentesque rhoncus eu gravida suscipit et vulputate.
Utilize space by using bullet points to outline skills and job qualifications

At montes at ut arcu ut faucibus tempor pretium. In lobortis id nisi cursus massa vel volutpat mauris. Turpis vitae mi nibh gravida id adipiscing. Convallis turpis pellentesque bibendum velit facilisi. Quam vitae lacus nullam lorem adipiscing suspendisse quis tortor aenean. Massa ipsum accumsan arcu.

“Nec nunc morbi dolor volutpat a ullamcorper fusce gravida condimentum sit turpis nunc est vitae ornare augue odio nec varius sed”
Incorporate visuals and images such as graphs and charts

At montes at ut arcu ut faucibus tempor pretium. In lobortis id nisi cursus massa vel volutpat mauris. Turpis vitae mi nibh gravida id adipiscing. Convallis turpis pellentesque bibendum velit facilisi. Quam vitae lacus nullam lorem adipiscing suspendisse quis tortor aenean. Massa ipsum accumsan arcu.

“ຮັກເຮົາ ຫຼົງເຮົາ ແນະນຳເຮົາ ບອກສອນເຮົາ” ບໍ່ແມ່ນຄາຖາ ແຕ່ເປັນສິ່ງທີ່ຖ້າເຮົາເຮັດໄດ້ຈະເຮັດໃຫ້ຊີວິດການເຮັດວຽກໄປໃນທາງບວກຫຼາຍຂຶ້ນ.

ມື້ນີ້ແອັດມາແນະນຳວິທີເຮັດໃຫ້ໝູ່ຮ່ວມງານຮັກເຮົາແບບທີ່ເຮົາສາມາດຝຶກຝົນ ແລະ ເຮັດໄດ້ແທ້ໆ ມາເບິ່ງກັນວ່າຈະມີຫຍັງແນ່?

  • ທັກທາຍສະບາຍດີກັນໃນຕອນເຊົ້າຂອງທຸກໆມື້

ສິ່ງນີ້ຈະຊ່ວຍລະລາຍພຶດຕິກຳ ແລະ ສະຖານນະການໃນບ່ອນເຮັດວຽກຕຶງຄຽດຫຼຸດລົງຕື່ມ ສະນັ້ນ, ການສ້າງຮອຍຍິ້ມ ແລະ ການທັກທາຍທີ່ດີກັບໝູ່ຮ່ວມງານ ເປັນການເລີ່ມຕົ້ນມື້ໃໝ່ທີ່ດີທີ່ສຸດ.

  • ຮຽນຮູ້ສິລະປະການເວົ້າກັບຄົນອື່ນ

ຊວນໝູ່ຮ່ວມງານລົມກ່ຽວກັບຄວາມມັກ, ຄວາມສົນໃຈອື່ນໆທີ່ບໍ່ກ່ຽວກັບວຽກແນ່ ເພື່ອຈະເຮັດໃຫ້ເຂົາຜ່ອນຄາຍ ແລະ ສະບາຍໃຈເມື່ອຢູ່ໃກ້ໆເຮົາຫຼາຍຂຶ້ນ.

  • ຖາມເຖິງສິ່ງທີ່ພວກເຂົາຄິດ

ຄົນສ່ວນໃຫຍ່ຈະມັກໃຫ້ຄົນອື່ນຖາມຄວາມຄິດເຫັນຂອງຕົນເອງ ດ້ວຍເຫດນີ້, ເຮົາຄວນໃຫ້ຄວາມສຳຄັນກັບການຖາມຄວາມຄິດເຫັນໂດຍອາດຈະຍົກສະຖານນະການຂຶ້ນມາຖາມ ແລະ ເມື່ອໄດ້ຮັບຄຳຕອບ ກໍກ່າວຂອບໃຈຢ່າງຈິງໃຈ (ເຖິງແມ່ນວ່າຄຳຕອບນັ້ນຈະເປັນປະໂຫຍດໜ້ອຍ ຫຼື ຫຼາຍບໍ່ກໍຕາມ).

  • ຫຼີກລ່ຽງການນິນທາໝູ່ຮ່ວມງານ

ຫ້າມເດັດຂາດເລີຍ ບໍ່ວ່າຈະເປັນທັງຕໍ່ໜ້າ ຫຼື ລັບຫຼັງ ເພາະເປັນສະແດງເຖິງການຮັກສາຄວາມເຊື່ອໃຈ ແລະ ຍັງເປັນການໃຫ້ຄວາມເຄົາລົບຕໍ່ໝູ່ຮ່ວມງານນຳອີກ.

  • ເມື່ອຕ້ອງລົມ ຫຼື ເຮັດວຽກກັບຄົນທີ່ເຮັດວຽກນຳຍາກ ໃຫ້ເຮັດຄືກັບວ່າ ລູກຂ້ອຍກຳລັງເບິ່ງຂ້ອຍຢູ່

ແນ່ນອນວ່າເຮົາຕ້ອງທຳໃຈ ຫຼື ຮູ້ສຶກຍາກທີ່ຈະຕ້ອງຮ່ວມງານກັບຄົນປະເພດນີ້ ບາງເທື່ອອາດຈະຫຼີກລ່ຽງໄດ້, ແຕ່ບາງຄັ້ງກໍມີເຫດໃຫ້ຕ້ອງຮ່ວມງານ ຫຼື ລົມກັນ ສະນັ້ນ, ເຄັດລັບເລັກໆນ້ອຍໆກໍຄື ເວລາຕິດຕໍ່ ຫຼື ລົມເລື່ອງວຽກກັນ ໃຫ້ເຮັດຄືກັບວ່າ ອີກຝ່າຍແມ່ນລູກຂອງເຮົາເອງ ເພື່ອເປັນການສ້າງມະໂນພາບ ໃຫ້ເຮົາຮັກສາຄວາມສຸຂຸມ ແລະ ມາລະຍາດທີ່ດີໄວ້ ຈະຊ່ວຍຫຼຸດຜ່ອນລະດັບຄວາມບໍ່ພໍໃຈກັບທັງສອງຝ່າຍໄດ້ດີ.

  • ຊື່ນຊົມໝູ່ຮ່ວມງານ

ຊື່ນຊົມໝູ່ຮ່ວມງານຢູ່ສະເໝີ ເມື່ອເຮັດວຽກ ແລະ ຮັບຜິດຊອບໜ້າທີ່ໄດ້ສຳເລັດ ເພື່ອເປັນກຳລັງໃຈໃຫ້ພວກເຂົາ ພ້ອມທັງຮູ້ເວລາ ຫຼື ຈັງຫວະທີ່ຄວນຕິຊົມນຳ.

  • ໃຫ້ກຳລັງໃຈໝູ່ຮ່ວມງານ

ບໍ່ຈຳເປັນຕ້ອງໃຫ້ກຳລັງໃຈພວກເຂົາຕະຫຼອດເວລາ ຄວນໃຫ້ກຳລັງໃຈເປັນປະຈຳເຊັ່ນ: ເມື່ອພວກເຂົາພົບບັນຫາທີ່ຫຍຸ້ງຍາກ ຫຼື ສິ່ງທີ່ທ້າທາຍຫຼາຍໃນການແກ້ໄຂ.

  • ຕອບຂໍ້ຄວາມ ຫຼື ໂທກັບທັນທີ

ເປັນການມັດໃຈໝູ່ຮ່ວມງານດ້ວຍການມີມາລະຍາດທີ່ດີ ເພາະມັນສະແດງໃຫ້ເຫັນເຖິງຄວາມສຳຄັນຂອງເຂົາຕໍ່ເຮົາ ແລະ ຈະສົ່ງຜົນໃຫ້ການເຮັດວຽກຮ່ວມກັນງ່າຍຂຶ້ນ.

  • ໃຫ້ເຄດິດ (ສ່ວນຮ່ວມ) ສະເໝີ

ຢ່າລືມໃຫ້ເຄດິດໝູ່ຮ່ວມງານສະໝີ ເມື່ອໄດ້ຮັບຄຳຊົມຮ່ວມກັນ.

  • ຂໍ້ສຳຄັນສຳລັບ The boss

ຖ້າໃນມຸມຂອງການເປັນຫົວໜ້າ ຫຼື ຜູ້ນຳ ບໍ່ຄວນໃຫ້ວຽກລູກທີມໜັກເກີນຄວາມສາມາດຂອງພວກເຂົາ ສະນັ້ນ, ຫົວໜ້າກໍຕ້ອງເປັນຄົນຮູ້ປະເມີນຄວາມສາມາດຂອງລູກທີມໄດ້ດີທີ່ສຸດ.

  • ເຄົາລົບເວລາຂອງຄົນອື່ນຢູ່ສະເໝີ

ເຮົາຢາກໃຫ້ຄົນອື່ນເຄົາລົບເວລາຂອງເຮົາຫຼາຍສໍ່າໃດ ຄົນອື່ນກໍຢາກໃຫ້ເປັນແບບນັ້ນບໍ່ຕ່າງກັນ, ຖ້າບໍ່ແມ່ນເວລາເລັ່ງດ່ວນ ກໍບໍ່ຄວນລົບກວນເວລາກຳລັງເຮັດວຽກຂອງກັນ ແລະ ກັນ, ຖ້າຈຳເປັນອີ່ຫຼີ ກໍຄວນຖາມ ແລະ ຂໍອະນຸຍາດກ່ອນ.

  • ເຄົາລົບຄວາມຄິດເຫັນຂອງຄົນອື່ນ

ຂໍ້ນີ້ເປັນສິ່ງສຳຄັນທີ່ເຮົາສາມາດເຮັດໄດ້ໃນບ່ອນເຮັດວຽກ ເມື່ອສະເໜີຄວາມເຫັນອອກໄປ ກໍຄວນເຄົາລົບ ແລະ ຟັງຄຳເຫັນຂອງຄົນອື່ນນຳ ເພາະການໄດ້ຄຳເຫັນຈາກຫຼາຍໆຄົນສາມາດມາປັບໃຫ້ເກີດຜົນລັບທີ່ດີໄດ້. ສະນັ້ນ, ເຮົາຈຶ່ງບໍ່ຄວນປິດໃຈ, ປິດຫູ ຟັງຄຳຄິດເຫັນຂອງຄົນອື່ນ ຈົນພາດການເປີດໂລກໃນການຫາມຸມມອງໃໝ່ໆ.

ທັງໝົດທີ່ເວົ້າມານີ້ບໍ່ມີຂໍ້ໃດທີ່ເຮັດໄດ້ງ່າຍໆ ເຮົາຕ້ອງໄດ້ຝຶກຝົນເອົາ ແອັດຂໍເປັນກຳລັງໃຈໃຫ້ທຸກຄົນເດີ້.

ຂໍ້ມູນອ້າງອີງ: Key-Up.life